Digital Media (ດີຈີໂຕ້ ມິເດຍ) ເປັນເວັບໄຊ້ທີ່ທ່ານສາມາດຊອກຫາຂໍ້ມູນຂ່າວສານທາງດ້ານເຕັກໂນໂລຊີ, ເຊິ່ງລວມມີ ວິທີການອອກແບບ ແລະ ບໍລິຫານເວັບໄຊ້. ມີຫລາກຫລາຍເຄື່ອງມືທີ່ທ່ານສາມາດນຳໄປຝຶກແອບດ້ວຍຕົນເອງ. ກະລຸນານຳໃຊ້ “ກະດານສົນທະນາ” ເພື່ອຖາມຄຳຖາມ ຫລື ສົ່ງຄຳຖາມສ່ວນໂຕຂອງທ່ານທີ່ “ຕິດຕໍ່ເຮົາ”. ທ່ານສາມາດໃຫ້ຄຳເຫັນກ່ຽກັບບົດຄວາມຂອງພວກເຮົາ ໂດຍການກົດປຸ່່ມ “Comment”.
ຮັກແພງ
ນີ້ແມ່ວິດີໂອ ທີ່ທົດລອງນຳໃຊ້ວ່າຈະໄດ້ຜົນສຳໃດ
ເມືອບັນດາທ່ານ ເບິ່ງແລ້ວ ກະລຸນາໃຫ້ຄຳຄິດຄຳເຫັນໃຫ້ຂ້າພະເຈົ້າດ້ວຍ
ຂອບໃຈ
ການທີ່ໂຕຫນັງສືຢູ່ ໄຟຮ (File) ຫລື ໂຟນເດີ້ (Folder) ເອກະສານຂອງທ່ານເປັນສີຟ້າຍ້ອນວ່າ ເອກະສານດັ່ງກ່າວຖືກສ້າງຂຶ້ນດ້ວຍລະບົບທີ່ທັນສະໄຫມ??? ຫມາຍຄວາມວ່າແນວໃດ? ອ່ານຕໍ່ແລ້ວຈະຮູ້ ^_^
ມັນບໍ່ຫມາຍເຖິງໄວລັດ (Virus) ແລະ ບໍ່ເປັນສິ່ງທີ່ຫນ້າກົງວົນ
ວິທີແກ້ໄຂຄື:
Tools => Folder Options => View ຈາກນັ້ນ ໃຫ້ເລື່ອນລົງມາຈົນເຫັນຄຳວ່າ:
Show encrypted or compressed NTFS files in color (ໃຫ້ກົດປຸ່ມເຄື່ອງຫມາຍຖືກ ຈະເຮັດໃຫ້ເຄື່ອງຫມາຍຖືກນັ້ນ ຫາຍໄປ ເຊິ່ງເອີ້ນວ່າເປັນການ uncheck ນັ້ນເອງ)
NTFS ຫຍໍ້ມາຈາກ New Technology File System (ຊອກເຫັນຢູ່ google)
ຖ້າແປຕາມໂຕກໍຄື ລະບົບເອກະສານສະໄຫມໃຫມ່ ນັ້ນເອງ